ຍິນ​ດີ​ຕ້ອນ​ຮັບ​ສູ່ LaoChatGPT

ພວກເຮົານໍາວັນຂ້າງຫນ້າມາເລີ່ມຕົ້ນທີ່ນີ້

ອັບເດດການເຄື່ອນໄຫວ

23/03/2024 V.1.6.13

  • ເພື່ອເຮັດໃຫ້ພລາດຟອມ ສາມາດເຮັດວຽກໄດ້ກັບ ເອໄອທຸກໆໂມໂດ ທີມງານພວກເຮົາໄດ້ອັບເດດລະບົບໃໝ່ ແລະຮ່ວມເອົາ ຫລາຍເອໄອໂມໂດທີ່ກໍາລັງເປັນທີ່ນິຍົມເຂົ້າມາໃຊ້ ໃນນີ້ມີທັງເອໄອຈາກ open-source ແລະຂອງບໍລິສັດໃຫຍ່ເຊັ່ນ Google, OpenAI, Anthropic and Groq AI. ສະມາຊິກທຸກຄົນສາມາດເລືອກໃຊ້ ໂມໂດຕ່າງໆໄດ້ ຕາມຄວາມເຫມາະສົມ.

18/02/2024 V.1.6.12

  • ເລີ່ມຕົ້ນປີໃໝ່ນີ້ ທາງທີມງານພວກເຮົາໄດ້ອັບເດດລະບົບໃຫ້ມີຄວາມສາມາດເພີ່ມຂື້ນອີກລະດັບນື່ງ ໂດຍນໍາເອົາເອໄອໂມໂດໃໝ່ GPT4 Turbo GPT4 Vision preview ແລະ DALL-E-3 ເຂົ້າມາໃຊ້ ເນື່ອງຈາກຄວາມສາມາດ ແລະຄ່າບໍລິການຂອງແຕ່ລະໂມໂດແຕກຕ່າງກັນ ທ່ານສາມາດປັບປ່ຽນເລືອກໃຊ້ ເອໄອໂມໂດ ໄດ້ຕາມຄວາມຕ້ອງການແລະເໝາະສົມ

  • ຄວາມສາມາດໃໝ່ມີຫຍັງແດ່?
    GPT4 Turbo ໂມໂດຫລ້າສຸດຂອງ OpenAi ໄດ້ຮັບການຝຶກສອນເຖີງ ເດືອນ 8/2022 ແລະມີຄວາມຮູ້ກ້ວາງຂວາງກວ່າ ທຽບໃສ່ GPT3.5 Turbo. ສ່ວນ GPT4 Vision ສາມາດວິເຄາະຮູບພາບໄດ້ໃນລະດັບທີ່ໃຊ້ໄດ້ ປຽບເໝືອນເອໄອສາມາດເບີ່ງເຫັນ. ສໍາຫລັບ ເອໄອໂມໂດຮູບພາບ DALL-E-3 ສາມາດສ້າງຮູບທີ່ມີຄຸນນະພາບສູງຂື້ນເຖີງ HD ນອກຈາກນີ້ຍັງມີ ເອໄອໂມໂດອື່ນໆທີ່ທາງພວກເຮົາຍັງບໍ່ທັນໄດ້ປະກອບໃສ່ລະບົບເທື່ອ ເຊັ່ນ Whisper ໂມໂດສໍາຫລັບສຽງ ແລະ TTS.

  • ມີໂຄງການຫຍັງແດ່ໃນອະນາຄົດ?
    ນື່ງປີທີ່ຜ່ານມາທີມງານພວກເຮົາ ໄດ້ຕິດຕາມແລະສຶກສາການພັດທະນາຂອງ ເທັກໂນໂລຊີ ເອໄອ ຢ່າງໃກ້ສິດ ທັງດ້ານດີແລະດ້ານລົບ ໂດຍສະເພາະຕໍ່ສັງຄົມຂອງຄົນລາວເຮົາ ການນໍາເອົາເທັກໂນໂລຊີ LLM ອອກມາໃຫ້ຄົນລາວເຮົາໄດ້ທົດລອງຮຽນຮູ້ນໍາກັນແຕ່ວັນເລື້ມຕົ້ນ ເພື່ອຕຽມໂຕຮັບກັບສີ່ງປ່ຽນແປງໃໝ່ ຖືວ່າເປັນຄວາມພາກພູມໃຈຂອງທີມງານພວກເຮົາ.

    ມາຮອດວັນນີ້ ຄົນລາວສາມາດເຂົ້າໃຊ້ລະບົບເອໄອທົ່ວໄປໄດ້ຟຣີເຊັ່ນ ChatGPT ຂອງ OpenAi, Bing, Bard ແລະເອໄອອື່ນໆ ແຕ່ຄວາມສະດວກຄວາມສາມາດທາງພາສາລາວ ຍັງຖືວ່າມີບັນຫາຢູ່ ຄົງອີກໄລຍະຍາວກວ່າພາສາລາວຫລືພາສາທີ່ມີການຊົມໃຊ້ນ້ອຍ ຈະຖືກບັນຈຸໃນລະບົບຂໍ້ມູນເອໄອ.

    ທີມງານພວກເຮົາສ້າງລະບົບນີ້ຂື້ນມາບໍ່ແມ່ນເພື່ອຜົນກໍາໄລ ນອກຈາກທືນຮອນສ່ວນໂຕ ແລະລາຍໄດ້ສ່ວນນື່ງຈາກຄ່າ ບໍລິການ ທີ່ຄິດລາຄາຕົ້ນທືນ ເພາະສະນັ້ນການພັດທະນາລະບົບພວກເຮົາຈະບໍ່ວອງໄວທັນໃຈຄືທຸລະກິດທົ່ວໄປ. ເຖີງຢ່າງໃດກໍ່ຕາມພວກເຮົາຈະພະຍາຍາມ ພັດທະນາແລະນໍາເອົາແຕ່ສີ່ງທີ່ຄິດວ່າເປັນປະໂຫຍດອອກມາໃຫ້ ສະມາຊິກພວກເຮົາໄດ້ທົດລອງໃຊ້ ກະລຸນາຕິດຕາມຜົນງານພວກເຮົາຕໍ່ໄປ.

ກ່ຽວ​ກັບ​ພວກ​ເຮົາ

LaoChatGPT ເປັນພລາດຟອມທີ່ທີມງານພວກເຮົາສ້າງຂື້ນມາ ດ້ວຍຈຸດປະສົງເພື່ອໃຫ້ຄົນລາວ ໄດ້ເຂົ້າເຖີງແລະນຳໃຊ້ ເຕັກ​ໂນ​ໂລ​ຊີ​ LLM ຂອງເອໄອ ທີ່ກຳລັງມີບົດບາດອັນສຳຄັນ ກັບສັງຄົມນຸດພວກເຮົາ ໂດຍໃຊ້ພາສາຂອງລາວເຮົາເອັງ ຄົນລາວບໍ່ຈຳເປັນຕ້ອງຮູ້ພາສາອັງກິດ ກໍ່ສາມາດເຂົ້າເຖີງຄວາມຮູ້ແລະນຳໃຊ້ ເອໄອ ເຕັກ​ໂນ​ໂລ​ຊີ​ໄດ້ ຄືກັບຄົນຊາດອື່ນໆ.

LaoChatGPT ນຳໃຊ້ເອໄອໂມໂດ ຂອງຫລາຍບໍລິສັດ ຮ່ວມທັງ open-source ໂດຍການຕໍ່ເຂົ້າໃຊ້ ບໍລິການ APIs ຈາກບໍລິສັດທີ່ມີຊື່ສຽງເຊັ່ນ OpenAI, Google, Groq AI ແລະ Anthropic. ໃນຄະນະນີ້ ເອໄອໂມໂດທັງຫລາຍ ຍັງບໍ່ສາມາດຕອບສະນອງທາງພາສາລາວໄດ້ ເນື່ອງຈາກຂາດຂໍ້ມູນຝຶກສອນທີ່ເປັນພາສາລາວ. ແຕ່ທາງທີມງານພວກເຮົາໄດ້ດັດແປງນໍາໃຊ້ເທັກນິກຫລາຍຢ່າງເພື່ອໃຫ້ພາສາລາວຫລືພາສາຊາດອື່ນໆທີ່ມີຂໍ້ມູນນ້ອຍ ໃຫ້ສາມາດໃຊ້ກັບ ເອໄອໂມໂດເຫລົ່ານີ້ໄດ້. ເບື້ອງຕົ້ນນີ້ລະບົບແປພາສາລາວ ອາດຍັງບໍ່ສົມບູນ. ທີມງານພວກເຮົາ ຈະພະຍາຍາມພັດທະນາໃຫ້ດີຂຶ້ນ ໃຫ້ພາສາລາວເຮົາຢູ່ຄູ່ກັບ ວິວັດທະນາການຂອງໂລກ ໂດຍສະເພາະໃນດ້ານ ໄອທີ ແລະ ເອໄອ ທີ່ກຳລັງຈະມາທົບແທນ ຫລາຍຢ່າງໃນການດຳລົງຊີວິດ ແລະສັງຄົມພວກເຮົາ ບໍ່ວ່າຈະດ້ານໃດໆ ພາສາລາວເຮົາ ຈະຕ້ອງພັດທະນາ ທຽບທັນກັບພາສາຊາດອື່ນໆ.

ເອໄອໂມໂດ ລ່າ​ສຸດທີ່ນຳໃຊ້

  • Anthropic:

    Claude 3 Haiku, Sonnet, Opus: ເອໄອໂມໂດ ສ້າງໂດຍ Anthropic, ເຂົ້າໃຈພາສາທໍາມະຊາດ (ພາສາເວົ້າ) ແລະສ້າງລະຫັດ code, ຈື່ແລະສືບຕໍ່ສົນທະນາໄດ້

  • Google:

    Gemini Pro: ເຂົ້າໃຈພາສາທໍາມະຊາດ (ພາສາເວົ້າ) ແລະສ້າງລະຫັດ code, ຈື່ແລະສືບຕໍ່ສົນທະນາໄດ້

    gemini Pro vision: ສາມາດວິເຄາະຮູບພາບໄດ້

  • Groq AI:

    Llama2 70b: open-source ເອໄອໂມໂດ ສ້າງໂດຍ Meta, ເຂົ້າໃຈພາສາທໍາມະຊາດ (ພາສາເວົ້າ) ແລະສ້າງລະຫັດ code, ຈື່ແລະສືບຕໍ່ສົນທະນາໄດ້

    Mixtral 8x7b:open-source ເອໄອໂມໂດ ສ້າງໂດຍ Mistal AI, ເຂົ້າໃຈພາສາທໍາມະຊາດ ແລະສ້າງລະຫັດ code, ຈື່ແລະສືບຕໍ່ສົນທະນາໄດ້

  • OpenAI:

    GPT 3.5 Turbo & GPT 4 Turbo: ເຂົ້າໃຈພາສາທໍາມະຊາດ (ພາສາເວົ້າ) ແລະລະຫັດ code, ຈື່ແລະສືບຕໍ່ສົນທະນາໄດ້

    GPT 4 Turbo vision: ສາມາດວິເຄາະຮູບພາບໄດ້ ປຽບເໝືອນເອໄອສາມາດເບີ່ງເຫັນ

    DALL-E 2 & DALL-E 3: ລະບົບ ເອໄອ ທີ່ສາມາດສ້າງຮູບພາບທີ່ຄ້າຍຄືຂອງຈິງແລະແບບສິນລະປະ ຈາກພາສາຄໍາເວົ້າທີ່ສັ່ງໃຫ້ເອໄອສ້າງໄປຕາມ

ໂຄງ​ການ​ປະຈຸບັນ​
% ສຳເລັດ
ໂຄງ​ການອະນາຄົດ

ບໍລິການຂອງພວກເຮົາ

ນອກ​ຈາກ​ການ​ບໍ​ລິ​ການ ແຊັດຈີພີທີ ພາສາລາວແລ້ວ ພວກ​ເຮົາ​ຍັງ​ສະ​ຫນອງ​ການ​ບໍ​ລິ​ການ​ອື່ນໆ​, ສໍາ​ລັບ​ທຸ​ລະ​ກິດອົງການໃດ ​ທີ່​ຕ້ອງ​ການ​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ກະ​ລຸ​ນາ ຕິດຕໍ່​ພວກ​ເຮົາ​ໄດ້.

ແຊັດຈີພີທີ ພາສາລາວ

ລາວ ແຊັດຈີພີທີ ສາມາດຖາມຕອບເປັນພາສາລາວແລະອັງກິດ ແລະສືບຕໍ່ສົນທະນາໄດ້ ໃຫ້ຄວາມຫມາຍພາສາລາວ ໄດ້ດີກ​ວ່າ ChatGPT ດັ້ງເດີມ.

ເຄື່ອງມື ເອໄອ

ໃຊ້ເຕັກ​ໂນ​ໂລ​ຊີ ເອໄອ ສ້າງຮູບພາບ, ປະມວນຜົນເອກະສານ, ສະຫຼຸບ, ວິເຄາະ, ແກ້ໄຂ ແປຈາກພາສາລາວເປັນພາສາອື່ນ ແລະໃນທາງກັບກັນ.

ແຊັດບັອດ ພາສາລາວ

ແຊັດບັອດ - ChatBot ແມ່ນການຈໍາລອງການສົນທະນາກັບຜູ້ໃຊ້, ໂດຍ ເອໄອ ສົນທະນາກັບຜູ້ໃຊ້ ຕອບຄໍາຖາມທີ່ກ່ຽວຂ້ອງກັບຂໍ້ມູນ ທີ່ຜ່ານການຝຶກອົບຮົມສະເພາະ.

ສ້າງແລະພັດທະນາ ຊອບ​ແວ ທົ່ວໄປ​

ບໍ່ມີໂຄງການໃດ ທີ່ວ່າຂະຫນາດນ້ອຍຫຼືໃຫຍ່ເກີນໄປ ຫຼືວ່າຍາກເກີນຄວາມສາມາດ ສໍາລັບທີມງານຂອງພວກເຮົາ.

ໂຄງການ

ນີ້ແມ່ນບັນດາໂຄງການທີ່ພວກເຮົາສ້າງແລ້ວ ແລະກໍາລັງສ້າງ.

LaoChatGPT WebApp​
ເຄື່ອງມື ເອໄອ​ AI-Tools
ສ້າງຮູບພາບໂດຍພາສາເວົ້າ (DALL-E)

ລາຄາການບໍລິການ

ຈໍານວນ Credit ໃຊ້ສໍາຫລັບຄິດປຽບທຽບລາຄາຂອງ Token ຊື່ງເອໄອແຕ່ລະໂມໂດ ມີລາຄາທີ່ແຕກຕ່າງກັນ

*Token ແມ່ນຫົວຫນ່ວຍຄໍາເວົ້າ ຫຼືເຄື່ອງໝາຍສັນຍາລັກ ທີ່ ເອໄອ ຮັບຮູ້ແລະໃຊ້ເພື່ອປະມວນຜົນ. ໂດຍສະເລ່ຍ 1,000 Tokens ປະມານ 750 ຄໍາເວົ້າພາສາອັງກິດ.

ເປັນຫຍັງຄິດຄ່າບໍລິການ?

ລາວ ແຊັດຈີພີທີ ຕ້ອງຈ່າຍຄ່າໃຊ້ບໍລິການ ລະບົບເອໄອ ຂອງ openAI ແລະຄ່າເຊີບເວີ...ພວກເຮົາກໍາລັງຊອກຫາຜູ້ສະໜັບສະໜູນ (Sponsors) ເພື່ອຊ່ວຍພວກເຮົາໄດ້ຕິດຕັ້ງ ເວີຊັນຟຣີ ໃຫ້ທຸກຄົນໄດ້ໃຊ້

  • GPT-1

    15,000 ກີບ

    100,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-2

    30,000 ກີບ

    200,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-3

    40,000 ກີບ

    300,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-D30

    50,000 ກີບ

    ແພັກເກັດ 30 ວັນ

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-D90

    150,000 ກີບ

    ແພັກເກັດ 90 ວັນ

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-5

    $05 USD

    500,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-10

    $10 USD

    1,000,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

  • GPT-TRIAL

    00 FREE

    15,000 Credits

    ຮອງຮັບໄດ້ຫຼາຍພາສາ

    ສາມາດສອບຖາມເປັນພາສາລາວ ຫຼື ອັງກິດ

    ສະແດງຜົນຮັບທັງພາສາລາວ ແລະພາສາອັງກິດ

    ຮັກສາປະຫວັດຄໍາຖາມ ແລະຄໍາຕອບ

FAQ

Q. ChatGPT ແມ່ນຫຍັງ ແລະໃຊ້ເພື່ອຫຍັງ?

ChatGPT ແມ່ນຕົວແບບພາສາເອໄອ ທີ່ສ້າງຂື້ນມາໃຫ້ມີຄວາມຄ້າຍຄືກັບພາສາເວົ້າລົມ ແບບທໍາມະຊາດ ທີ່ພັດທະນາໂດຍ OpenAI, ChatGPT ສາມາດເຂົ້າໃຈ ແລະໃຫ້ການຕອບໂຕ້ທີ່ສອດຄ່ອງ ຕາມບໍລິບົດຂອງພາສາທໍາມະຊາດ. ມັນໄດ້ຮັບການຝຶກອົບຮົມໃນຂໍ້ມູນຈໍານວນຫຼວງຫຼາຍ ຂອງຂໍ້ຄວາມເພື່ອສ້າງຄວາມເຂົ້າໃຈຂອງຮູບແບບພາສາຂອງມະນຸດ, ເຮັດໃຫ້ມັນມີຄວາມສາມາດໃນການສົນທະນາ, ຕອບຄໍາຖາມ, ການໃຫ້ຄໍາອະທິບາຍ, ແລະອື່ນໆອີກ.

ChatGPT ສາມາດໃຊ້ປະໂຫຍດໄດ້ຫລາຍໆຢ່າງເຊັ່ນ:

  • ເປັນຕົວແທນໃນການສົນທະນາ:

    ChatGPT ສາມາດເປັນຄູ່ຮ່ວມງານ ໃນການສົນທະນາທິບ virtual, ໃຫ້ຜູ້ໃຊ້ສາມາດມີການສົນທະນາແບບໂຕ້ຕອບ ຄ້າຍຄຽງກັບການເວົ້າລົມກັບຄົນຈີງ.

  • ຊ່ອຍສ້າງປະພັນເນື້ອຫາ:

    ChatGPT ສາມາດສ້າງຂໍ້ຄວາມເນື້ອຫາໃນຮູບແບບຕ່າງໆ, ເຊັ່ນ: ບົດຄວາມ, ບັລອກ blog, ບົດລາຍງານ, ຄໍາຮ້ອງ, ແລະອື່ນໆ.

  • ຊ່ວຍຕອບຄໍາຖາມລູກຄ້າ Chatbot:

    ສາມາດໃຊ້ເຂົ້າໃນລະບົບບໍລິການລູກຄ້າ ເພື່ອໃຫ້ຄໍາຕອບ ແລະແນະນໍາລູກຄ້າ ແບບອັດຕະໂນມັດ.

  • ໃຊ້ໃນການແປພາສາ:

    ເຖີງບໍ່ແມ່ນໂຕແບບສໍາຫລັບແປພາສາໂດຍສະເພາະ, ChatGPT ສາມາດໃຫ້ບໍລິການແປພາສາຂັ້ນພື້ນຖານໄດ້ ຊື່ງຂື້ນກັບຄຸນນະພາບປະລິມານຂໍ້ມູນທີ່ຝຶກສອນມາ.

  • ການສຶກສາ ແລະການຮຽນຮູ້:

    ChatGPT ສາມາດໃຫ້ຄໍາອະທິບາຍ, ຕອບຄໍາຖາມ, ແລະສະເຫນີໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບວິຊາຕ່າງໆໄດ້, ເຮັດໃຫ້ມັນເປັນເຄື່ອງມືທີ່ເປັນປະໂຫຍດສໍາລັບການຮຽນຮູ້.

  • ຊ່ວຍເຫຼືອການຂຽນໂປຼແກຼມ:

    ນັກພັດທະນາຊອບແວຣ໌ ສາມາດໃຊ້ ChatGPT ເພື່ອຊ່ວຍເຫຼືອໃນການຂຽນໂຄດ, ຂຽນລະຫັດ ຫຼືຊ່ອຍໃຫ້ເຂົ້າໃຈແນວຄວາມຄິດການຂຽນໂປຣແກຣມ.

  • ຊ່ວຍການສ້າງແນວຄວາມຄິດ:

    ChatGPT ສາມາດໃຊ້ເພື່ອຊ່ວຍໃນການສ້າງແນວຄວາມຄິດ ສໍາລັບໂຄງການຕ່າງໆ, ສ້າງຜະລິດຕະພັນ, ວາງແຜນທຸລະກິດ, ການໂຄສະນາການຕະຫຼາດ, ແລະອື່ນໆ.

  • ນໍາໃຊ້ການປິ່ນປົວ:

    ຜູ້ໃຊ້ບາງຄົນໄດ້ພົບເຫັນວ່າ ChatGPT ສາມາດນໍາໃຊ້ໃນການບໍາບັດການປິ່ນປົວທາງຈິດປະສາດ, ເຖິງແມ່ນວ່າມັນບໍ່ແມ່ນການທົດແທນ ສໍາລັບການຮັກສາສຸຂະພາບຈິດແບບມືອາຊີບ ແຕ່ກໍ່ມີສ່ວນຊ່ອຍໄດ.

  • ທາງບັນເທີງ:

    ChatGPT ສາມາດເອົາໄປໃຊ້ໃນການສົນທະນາແບບເບົາສະບາຍ ແລະຕະຫຼົກ, ບອກເລື່ອງຕະຫລົກ, ແລະຫຼິ້ນເກມທີ່ອີງໃສ່ຂໍ້ຄວາມຄໍາເວົ້າ

  • ແລະອື່ນໆ:

    ໃຊ້ໃນການປະມວນຜົນວຽກງານແບບອັດຕະໂນມັດ, ວິເຄາະຂໍ້ມູນ, ແລະອື່ນໆອີກ...

Q. ChatGPT ມີຄວາມຊັດເຈນຫຼາຍປານໃດ ໃນການປະມວນຜົນແລະຜະລິດຂໍ້ຄວາມ?

ChatGPT ແມ່ນຕົວແບບພາສາ ທີ່ສ້າງຂໍ້ຄວາມແລະຄໍາຕອບ ດ້ວຍການເລີ່ມຕົ້ນຈາກຂໍ້ມູນນື່ງ ແລ້ວປະມວນຜົນຫາຂໍ້ມູນທີ່ໃກ້ຄຽງຫລືຄວນຈະເປັນ Prediction ໂດຍອາໃສການຝຶກສອນຈາກຂໍ້ມູນຢ່າງຫລວງຫລາຍ ,ຢ່າງໃດກໍ່ຕາມ ເຊັ່ນດຽວກັນກັບລະບົບ AI ອື່ນໆ, ຄວາມຖືກຕ້ອງຂອງ ChatGPT ແມ່ນບໍ່ສົມບູນແບບແລະຂື້ນກັບຜົນກະທົບຈາກປັດໃຈຕ່າງໆເຊັ່ນ:

ຄຸນນະພາບຂອງຂໍ້ມູນ, ສະພາບການຂອງການປ້ອນຂໍ້ມູນ, ຂະຫນາດແລະຄວາມຫຼາກຫຼາຍຂອງຂໍ້ມູນ, ແລະຄວາມຊັບຊ້ອນຂອງພາສາທີ່ໃຊ້ໃນການຝຶກສອນ.

ໂດຍທົ່ວໄປແລ້ວ, ChatGPT ປະຕິບັດໄດ້ດີໃນໜ້າວຽກເຊັ່ນ: ການສ້າງຂໍ້ຄວາມ, ການສະຫຼຸບ, ແລະການຕອບຄຳຖາມທີ່ເປັນຄວາມຈິງ. ແນວໃດກໍ່ຕາມ, ມັນອາດຈະບໍ່ສົມບູນກັບວຽກງານທີ່ລະອຽດອ່ອນເລິກເຊິ່ງ ທີ່ຮຽກຮ້ອງໃຫ້ມີເຫດຜົນຖືກຕ້ອງແມ້ນຍຳທົ່ວໄປ

ຄວາມຖືກຕ້ອງຂອງ ChatGPT ສາມາດແຕກຕ່າງກັນໄປຕາມໜ້າວຽກສະເພາະ ແລະຄຸນນະພາບຂອງຂໍ້ມູນທີ່ປ້ອນ. ມັນເປັນສິ່ງສໍາຄັນທີ່ຈະຈື່ຈໍາວ່າ ໃນຂະນະທີ່ ChatGPT ສາມາດສ້າງຂໍ້ຄວາມທີ່ມີຄຸນນະພາບສູງ ມັນຍັງເປັນລະບົບ AI ແລະອາດຈະບໍ່ສະຫນອງການຕອບ ທີ່ຖືກຕ້ອງຫຼືທີ່ກ່ຽວຂ້ອງແບບສະເພາະໄດ້.

Q. ເປັນຫຍັງການປ້ອນຂໍ້ມູນ ຄຳຖາມ​ເປັນພາສາລາວບໍ່ຄອຍໄດ້ຜົນດີ?

ບາງເຫດຜົນທີ່ເປັນໄປໄດ້ວ່າເປັນຫຍັງ ChatGPT ບໍ່ເຮັດວຽກໄດ້ດີສໍາລັບບາງພາສາແມ່ນ:

  • ການຂາດຂໍ້ມູນການຝຶກອົບຮົມ:

    ChatGPT ຕ້ອງການຂໍ້ມູນການຝຶກອົບຮົມຈໍານວນຫຼວງຫຼາຍ ເພື່ອຮຽນຮູ້ຄວາມຫມາຍຂອງພາສາ ຄໍາຄໍານື່ງຫລືປະໂຫຍກນື່ງ ອາດມີຄວາມໝາຍທີ່ແຕກຕ່າງໃນເຫດການທີ່ໃຊ້. ຖ້າບໍ່ມີຂໍ້ມູນພຽງພໍໃນພາສາໃດໜຶ່ງ ChatGPT ຈະບໍ່ສາມາດຕອບສະໜອງໄດ້ຢ່າງຖືກຕ້ອງ.

  • ຄວາມຊັບຊ້ອນຂອງພາສາ:

    ບາງພາສາມີຄວາມຊັບຊ້ອນຫຼາຍກວ່າພາສາອື່ນໆ, ມີກົດເກນໄວຍາກອນ ສັນຍາລັກເຄື່ອງຫມາຍ ແລະຄວາມຫມາຍທີ່ສັບສົນກວ່າ. ໃນກໍລະນີພາສາທີ່ສັບສົນ ChatGPT ອາດຈະພະຍາຍາມສ້າງຄໍາຕອບຂື້ນເອັງໃນເວລາປະມວນຜົນ ຊື່ງນໍາໄປສູ່ການສ້າງຄໍາເວົ້າທີ່ບໍ່ໄດ້ຄວາມຫມາຍຫຍັງຫມົດ ຫລືຜິດພ້ຽນໄປ.

  • ຄໍາສັບທີ່ຈໍາກັດ:

    ChatGPT ອາດຈະບໍ່ມີການເຂົ້າເຖິງຄໍາສັບທີ່ກວ້າງພຽງພໍໃນບາງພາສາ, ເຊິ່ງສາມາດຈໍາກັດຄວາມສາມາດໃນການສ້າງຄໍາຕອບທີ່ຖືກຕ້ອງ.

  • ວັດທະນະທໍາຂອງພາສາຊາດ:

    ChatGPT ອາດຈະບໍ່ເຂົ້າໃຈ ຄວາມຫມາຍທາງວັດທະນະທໍາ ແລະການອ້າງອີງທີ່ສະເພາະກັບບາງພາສາຫຼືພາກພື້ນ. ນີ້ສາມາດນໍາໄປສູ່ການຕອບສະຫນອງທີ່ບໍ່ເຫມາະສົມຫຼືບໍ່ມີເຫດຜົນ.

ວິດີໂອປຽບທຽບ ລາວ ChatGPT vs Bing ແລະ ChatGPT

ຕິດຕໍ່ສອບຖາມ

ຂອບໃຈທ່ານ ທີ່ສະລະເວລາ ຕິດຕໍ່ຫາພວກເຮົາ. ພວກເຮົາ ຈະພະຍາຍາມຕອບທ່ານ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.